ປະຫວັດຂອງສາຍການອຸປະສົມບົດເຖຣະວາດ

ພຣະພຸດທະສາສະໜາໄດ້ມາຮອດສີລັງກາຄັ້ງທຳອິດໃນປີ 249 ກ່ອນ ຄ.ສ. ໂດຍຜ່ານການເຜີຍແຜ່ສາສະຫນາຂອງພຣະມະຫິນທ໌ (Mahinda), ລູກຊາຍຂອງພຣະເຈົ້າອະໂສກະ (Ashoka), ເຈົ້າຈັກກະພັດອິນເດຍ. ພຣະພິກຂຸຊາວສີລັງກາອົງທຳອິດທີ່ໄດ້ຖືກອຸປະສົມບົດແມ່ນໃນເວລານັ້ນ. ເຖິງວ່າເວລາທີ່ຊື່ ເຖຣະວາດ (Theravada) ໄດ້ຖືກນຳໃຊ້ນັ້ນຈະຍັງເປັນອັນຖົກຖຽງກັນຢູ່, ເພື່ອຄວາມສະດວກ, ເຮົາຈະກ່າວເຖິງສາຍພຣະພຸດທະສາສະຫນານີ້ວ່າ "ເຖຣະວາດ." ສາຍຂອງພຣະພິກຂຸນີເຖຣະວາດໄດ້ຖືກຖ່າຍທອດສູ່ສີລັງກາໃນປີ 240 ກ່ອນ ຄ.ສ. ໂດຍການມາຮອດຂອງລູກສາວຂອງພຣະເຈົ້າອະໂສກະ, ພຣະນາງສັງຄະມິດ (Sanghamitta). ຮອດປີ ຄ.ສ. 1050, ວົງຕະກູນອຸປະສົມບົດນີ້ໄດ້ສິ້ນສຸດລົງຍ້ອນການຮຸກຮານຂອງຊາວທະມິລ໌ (Tamil) ແລະ ການປົກຄອງສີລັງກາພາຍໃຕ້ຈັກກະພັດໂຈລະ (Chola) ໃນເວລາຕໍ່ມາ.

ຕາມປະເພນີປາກເປົ່າທີ່ເລົ່າຕໍ່ກັນມາ, ເຈົ້າຈັກກະພັດອະໂສກຍັງໄດ້ສົ່ງທູດສອງຄົນຄືໂສນະ (Sona) ແລະ ອຸດຕະຣະ (Uttara) ໄປອານາຈັກສຸວັນນະພູມ (Suvarnabhumi), ແລະ ເຂົາເຈົ້າໄດ້ສ້າງຕັ້ງພຣະພຸດທະສາສະໜາເຖຣະວາດຂຶ້ນ ແລະ ສາຍການບວດເປັນພຣະພິກຂຸຢູ່ທີ່ນັ້ນ. ນັກວິຊາການສ່ວນຫຼາຍລະບຸອານາຈັກນີ້ກັບຊາວມອນ (ຕະເລງ) ແລະ ເມືອງທ່າ ທະທົນ (Thaton) ທາງພາກໃຕ້ຂອງມຽນມາ. ແຕ່, ມັນບໍ່ຈະແຈ້ງສາຍພິກຂຸນີນັ້ນໄດ້ຖືກຖ່າຍທອດໄປໃນເວລານັ້ນ ຫຼື ໃນເວລາຕໍ່ມາ.

ເຖິງວ່າພຣະພຸດທະສາສະໜາສາຍເຖຣະວາດໄດ້ມີຢູ່ໃນຣັດຕ່າງໆ ຂອງເມືອງປຍູ (Pyu) ທາງພາກເໜືອຂອງມຽນມາຕັ້ງແຕ່ສັດຕະວັດທີ 1 ກ່ອນ ຄ.ສ. ເປັນຢ່າງໄວ, ແຕ່ກໍໄດ້ປະສົມປະສານກັບມະຫາຍານ, ຮິນດູ, ແລະ ສາສະໜາອະຣີ (Ari) ໃນທ້ອງຖິ່ນ, ເຊິ່ງກ່ຽວຂ້ອງກັບການຂ້າສັດລ້ຽງຜີ. ໃນກາງສັດຕະວັດທີ 11, ພຣະເຈົ້າອະໂນຣະທາ (King Anawrahta) ໄດ້ຮວມພາກເໜືອຂອງມຽນມາເຂົ້າກັນ, ຍຶດອຳນາດຈາກມອນທີ່ທະທົນ, ສະຖາປະນາເມືອງຫຼວງທີ່ບາການ, ແລະ ໄດ້ນິມົນພຣະພິກຂຸມອນ ອໍຣະຫັນຕະ (Arahanta) ໃຫ້ກໍ່ຕັ້ງພຣະພຸດທະສາສະໜາເຖວະຣາດ ແລະ ການອຸປະສົມບົດທົ່ວຣາຊະອານາຈັກ.

ດ້ວຍຄວາມພ່າຍແພ້ຂອງໂຈລະໃນສີລັງກາໃນ ຄ.ສ. 1070 ແລະ ການສະຖາປະນາເມືອງຫຼວງໃໝ່ທີ່ໂປໂລນນາຣຸວະ (Polonnaruwa), ການອຸປະສົມບົດພຣະພິກຂຸເຖວະຣາດກໍໄດ້ຮັບການສະຖາປະນາຂຶ້ນໃໝ່ໃນສີລັງກາໂດຍພຣະພິກຂຸທີ່ໄດ້ຮັບນິມົນຈາກບາການ. ແຕ່, ພຣະເຈົ້າອະໂນຣະທາໄດ້ຕັ້ງຂໍ້ສົງໄສກ່ຽວກັບຄວາມບໍລິສຸດຂອງເຊື້ອສາຍພຣະພິກຂຸນີມອນ ແລະ, ສະນັ້ນ, ຈິ່ງບໍ່ໄດ້ສົ່ງພຣະພິກຂຸນີມາປະກອບການອຸປະສົມບົດພຣະພິກຂຸນີອີກ. ດັ່ງນັ້ນ, ສາຍພຣະພິກຂຸນີອຸປະສົມບົດເຖວະຣາດນີຈິ່ງບໍ່ໄດ້ຖືກຟື້ນຟູໃນເວລານັ້ນໃນສີລັງກາ. ຫຼັກຖານຈາລຶກອັນສຸດທ້າຍຂອງການປາກົດຕົວຂອງວັດພຣະພິກຂຸນີໃນມຽນມາແມ່ນໃນ ຄ.ສ. 1287, ເມື່ອບາການຕົກຢູ່ໃນການຮຸກຮານຂອງມົງໂກນ (Mongol).

ສີລັງກາຖືກຮຸກຮານ ແລະ ສ່ວນໃຫຍ່ຖືກປົກຄອງ, ຕັ້ງແຕ່ ຄ.ສ. 1215 ຫາ 1236, ໂດຍກະສັດມະຄະ (King Magha) ແຫ່ງກະລິງກະ Kalinga (ປະຈຸບັນແມ່ນໂອດິສາ Orissa, ທາງອິນເດຍຕາເວັນອອກ). ໃນຊ່ວງເວລານີ້, ພຣະພິກຂຸສົງສີລັງກາໄດ້ອ່ອນແອຫຼາຍ. ດ້ວຍຄວາມພ່າຍແພ້ຂອງກະສັດມະຄະ, ພຣະພິກຂຸເຖວະຣາດຈາກການຈິປຸຣຳ (Kanchipuram), ເຊິ່ງເປັນສູນກາງທາງພຣະພຸດທະສາສະໜາພາຍໃນອານາຈັກໂຈລະ ທີ່ອ່ອນແອໃນຣັດທະມິນນາທູ (Tamilnadu), ທາງອິນເດຍຕອນໃຕ້, ໄດ້ຖືກນະມົນໄປສີລັງກາໃນປີ ຄ.ສ. 1236 ເພື່ອຟື້ນຟູສາຍການບວດຂອງພຣະພິກຂຸ. ຄວາມຈິງທີ່ວ່າບໍ່ມີພຣະພິກຂຸນີຊາວທາມິນໄດ້ຖືກນິມົນນັ້ນຊີ້ໃຫ້ເຫັນວ່າພຣະສົງພິກຂຸນີເຖວະຣາດບໍ່ມີຢູ່ໃນອິນເດຍຕອນໃຕ້ອີກຕໍ່ໄປໃນເວລານີ້. ຫຼັກຖານສຸດທ້າຍໃນຈາລຶກຂອງພິກຂຸນີສົງໃນອິນເດຍຕອນເໜືອ, ລວມທັງແຄວ້ນເບັງການ (Bengal), ແມ່ນມາຈາກປາຍສັດຕະວັດທີ 12. ມັນບໍ່ແຈ້ງວ່າເຊື້ອສາຍພຣະວິໄນຂອງພຣະພິກຂຸນີອັນໃດທີ່ໄດ້ຖື.

ພໍ່ຂຸນຣາມຄຳແຫງ (King Ramkhamhaeng) ແຫ່ງຣາຊະອານາຈັກສຸໂຂໄທ (Sukhothai) ໃນປະເທດໄທໄດ້ສະຖາປະນາພຣະພຸດທະສາສະໜາເຖຣະວາດໃນໄທຈາກສີລັງກາໃນທ້າຍສັດຕະວັດທີ 13. ເນື່ອງຈາກວ່າໃນເວລານັ້ນບໍ່ມີພຣະພິກຂຸນີສົງຢູ່ໃນສີລັງກາແລ້ວ, ສາຍການບວດພຣະພິກຂຸນີເຖຣະວາດກໍບໍ່ເຄີຍມາເຖິງໄທ. ມີແຕ່ສາຍພຣະພິກຂຸມາ. ເນື່ອງຈາກວ່າສາຍເຖຣະວາດໄດ້ຖືກກໍ່ຕັ້ງຂຶ້ນໃນກໍາປູເຈຍຈາກໄທໃນຕົ້ນສັດຕະວັດທີ 14 ແລະ, ຈາກນັ້ນບໍ່ດົນ, ກໍ່ແຜ່ໄປລາວຈາກກໍາປູເຈຍ, ສາຍການບວດພຣະພິກຂຸນີເຖຣະວາດ ກໍບໍ່ເຄີຍໄປເຖິງ ປະເທດເຫຼົ່ານີ້ເຊັ່ນກັນ.

ໃນປະເທດເຖຣະວາດ, ມີພຽງສີລັງກາເທົ່ານັ້ນທີ່ໄດ້ກໍ່ຕັ້ງການອຸປະສົມບົດພຣະພິກຂຸນີເຖຣະວາດ ຢ່າງເປັນທາງການອີກຄັ້ງ, ແລະ ນັ້ນແມ່ນໃນ ຄ.ສ. 1998. ຈົນເຖິງເວລານັ້ນ, ແມ່ຍິງໃນສີລັງກາໄດ້ຖືກອະນຸຍາດໃຫ້ເປັນພຽງແຕ່ ທົດສະສີລະມາຕາ , "ຜູ້ຖືສິນສິບ," ແຕ່ບໍ່ແມ່ນພຣະພິກຂຸນີ. ເຖິງວ່າຄະຣາວາດຈະນຸ່ງຜ້າຈີວອນ ແລະ ຖືພົມມະຈັນ, ແຕ່ກໍບໍ່ໄດ້ຖືກຖືວ່າເປັນສະມາຊິກຂອງຄະນະສົງ. ໃນມຽນມາ ແລະ ກໍາປູເຈຍ, ແມ່ຍິງໄດ້ຖືກອະນຸຍາດໃຫ້ເປັນພຽງແຕ່ "ຜູ້ປະຕິບັດຖືສິນແປດ," ທີ່ຮູ້ຈັກໃນມຽນມາ ວ່າ ສີລາສິນ ແລະ ໃນກໍາປູເຈຍ ເປັນ ດອນຊີ ຫຼື ເຍຊີ. ແມ່ຍິງບາງຄົນໃນມຽນມາ ໄດ້ຮັບສິນສິບຄືກັນ. ໃນໄທ, ພວກເຂົາເຈົ້າອາດເປັນ “ຜູ້ປະຕິບັດຖືສິນແປດ,” ເອີ້ນວ່າ ແມ່ຊີ. ນັບແຕ່ການຟື້ນຟູພຣະພຸດທະສາສະໜາເຖຣະວາດໃນເມືອງຈິດຕະກອງ ແລະ ເນິນພູຈິດຕະກອງ (Chittagong Hill Tracts) ຂອງບັງກະລາເທດໃນປີ ຄ.ສ. 1864 ຈາກເມືອງອາຣະກັນ ຂອງຊາຍຝັ່ງທະເລມຽນມາ, ແມ່ຍິງໄດ້ກາຍເປັນຜູ້ປະຕິບັດຖືສິນແປດຢູ່ທີ່ນັ້ນ.

Top